ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຜີຍແຜ່ວຽກງານກຽມພ້ອມສູ້ຮົບຂອງ ຄະນະພັກ ວປກ
ແລະ ການເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ


     ວັນທີ 9 ມັງກອນ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເຜີຍແຜ່ຮ່າງມະຕິເພີ່ມທະວີການນຳພາປັບປຸງວຽກ
ງານກຽມພ້ອມສູ້ຮົບ ຂອງຄະນະພັກ ວປກ ແລະ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບຂຶ້ນຢ່າງເປັນທາງການ. ໂດຍການໃຫ້
ກຽດເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຫົວໜ້າການເມືອງ ວປກ,
ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

     ເນື້ອໃນເອກະສານທີ່ນຳມາເຜີຍແຜ່ປະກອບມີ: ຮ່າງມະຕິເພີ່ມທະວີການນຳພາປັບປຸງວຽກງານກຽມພ້ອມສູ້ຮົບຂອງຄະນະພັກ ວປກ,
ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ, ຄຳສັ່ງຂອງວິທະຍາຄານ, ແຜນການປ້ອງກັນສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 75 ປີ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມ
ແລະ ນຳເອົາເນື້ອໃນເອກະສານໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ມີປະສິດທິຜົນສູງ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄຳລຽງ
ວັນທີ 11/01/2024